5.00
(3 Ratings)

ພວກເຮົາມາຮຽນຮູ້ ກ່ຽວກັບວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ມີສ່ວນຮ່ວມຂອງຄົນພິການນຳກັນ, ເພື່ອລຶບລ້າງສິ່ງກີດຂວາງ ແລະ ສ້າງສະຖານທີ່ ທີ່ດີ ແລະ ປອດໄພສຳລັບທຸກກຄົນ!

Uncategorized
Wishlist Share
Share Course
Page Link
Share On Social Media

ກ່ຽວກັບຫຼັກສູດ

ກ່າວຕ້ອນຮັບ ສູ່ການຮຽນທາງອອນໄລນ໌!
ຫຼັກສູດການຮຽນທາງອອນໄລນ໌ນີ້ ເວົ້າເຖິງການກວມລວມເອົາທັດສະນະກ່ຽວກັບຄວາມພິການເຂົ້າໄປໃນທຸກຂັ້ນຕອນຂອງການຫຼຸດຜ່ອນຄວາມສ່ຽງໄພພິບັດ ເຊັ່ນ: ການປ້ອງກັນ; ການກຽມຄວາມພ້ອມ, ການຕອບໂຕ້ ແລະ ການຟື້ນຟູຈາກຜົນກະທົບຈາກໄພພິບັດ.

ພວກເຮົາຮຽກສິ່ງນີ້ວ່າ: ການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ (DiDRR).

ໃຜແດ່ຄວນຮຽນຫຼັກສູດນີ້

ຫຼັກສູດນີ້ຖືກອອກແບບມາສໍາລັບຜູ້ວາງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ພະນັກງານວິຊາການທີ່ເປັນຜູ້ຊ່ຽວຊານໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ຜູ້ສ້າງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ພະນັກງານວິຊາການທີ່ເປັນຜູ້ຊ່ຽວຊານ ແມ່ນຕົວແທນການປ່ຽນແປງທີ່ສໍາຄັນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ. ຜູ້ສ້າງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂັ້ນສູນກາງສາມາດສ້າງກົດຫມາຍ, ນະໂຍບາຍ ແລະ ລະບົບການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ມີວິໄສທັດ. ຜູ້ສ້າງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂັ້ນທ້ອງຖິ່ນສາມາດຜັນຂະຫຍາຍວິໄສທັດດັ່ງກ່າວເຂົ້າສູ່ພາກປະຕິບັດຕົວຈິງ ໂດຍມີນະໂຍບາຍທີ່ລະອຽດ ແລະ ມີການດໍາເນີນການຈັດຕັ້ງປະຕິບັດຕົວຈິງ.

ແນ່ນອນ, ພວກເຮົາຍິນດີຕ້ອນຮັບພາກສ່ວນກ່ຽວຂ້ອງອື່ນໆເຊັ່ນ: ຜູ້ສ້າງນະໂຍບາຍກ່ຽວກັບຄວາມພິການ, ອົງການຈັດຕັ້ງຂອງຄົນພິການ (OPDs), ຜູ້ເຮັດວຽກສະຫນັບສະຫນູນ ຫຼື ໂຄສະນາໃຫ້ຄວາມຮູ້ກ່ຽວກັບຄວາມພິການ ແລະ ພັນທະມິດທີ່ເຮັດວຽກກັບເຂົາເຈົ້າ ເພື່ອສົ່ງເສີມການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ.

ເຈົ້າຈະໄດ້ຮຽນຮູ້ຫຍັງ?

  • ມີທັດສະນະຄວາມຄິດໃໝ່ກ່ຽວກັບຄວາມພິການ.
  • ເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ.
  • ມີຕົວຢ່າງ, ຂໍ້ມູນອ້າງອີງ ແລະ ແຫຼ່ງຂໍ້ມູນ ທີ່ເປັນປະໂຫຍດໃນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ.
  • ມີຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ!

ເນື້ອໃນຫຼັກສູດ

ບົດທີ 1: ການແນະນໍາກ່ຽວກັບຫຼັກສູດການຮຽນທາງອອນໄລນ໌

  • 1.1 ໄພພິບັດແມ່ນຫຍັງ?
    00:00
  • 1.2 ການຫຼຸດຜ່ອນຄວາມສ່ຽງໄພພິບັດແມ່ນຫຍັງ?
    00:00
  • 1.3 ຫຍັງແດ່ທີ່ຈະໄດ້ຮຽນໃນຫຼັກສູດນີ້?
    00:00
  • 1.4 ໃຜແດ່ຄວນຮຽນຫຼັກສູດນີ້? ວາງນະໂຍບາຍກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ
    00:00
  • ຄໍາຖາມທົດສອບ ທີ 1

ບົດທີ 2: ຮູບແບບ ແລະ ອຸປະສັກທາງສັງຄົມ

ບົດທີ 3: ການເຂົ້າເຖິງ ແລະ ການອອກແບບທີ່ເປັນສາກົນ ທີ່ນໍາໃຊ້ກັບການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ
ວິລະກອນ: ຈັນສະໝອນ, ຮຽນມາຮອດນີ້ ເຈົ້າຄົງເຂົ້າໃຈແລ້ວວ່າອຸປະສັກກີດຂວາງຕ່າງໆ ສົ່ງຜົນກະທົບທາງລົບຕໍ່ໂອກາດທີ່ຄົນພິການຕ້ອງຍົກຍ້າຍ, ຕອບໂຕ້ຕໍ່ໄພພິບັດ ແລະ ການຟື້ນຟູຈາກໄພພິບັດຢ່າງມີປະສິດຕິພາບ ແນວໃດ. ບັດນີ້, ພວກເຮົາຕ້ອງໄດ້ລະດົມສະຫມອງກ່ຽວກັບວິທີແກ້ໄຂເພື່ອກໍາຈັດອຸປະສັກກີດຂວາງ. ຈັນສະໝອນ: ແມ່ນແລ້ວ! ວິລະກອນ: ໃຫ້ຂ້ອຍແນະນໍາແນວຄວາມຄິດອື່ນທີ່ອາດຈະເປັນແນວຄວາມຄິດໃຫມ່ສໍາລັບເຈົ້າ: ນັ້ນຄື ການເຂົ້າເຖິງ.

ບົດທີ 4: ວິເຄາະຄືນລະບຽບຄໍາສັ່ງ ແລະ ຕົວຂັບເຄື່ອນນະໂຍບາຍ

ບົດທີ 5: ແນວໂນ້ມທີ່ສໍາຄັນດ້ານໄພພິບັດ ແລະ ຄວາມພິການ

ບົດທີ 6: ການນໍາເອົາການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນ ພິການ ໄປຈັດຕັ້ງປະຕິບັດ

ບົດທີ 7: ການສ້າງແຜນສໍາລັບການຈັດຕັ້ງປະຕິບັດ

ພາກສຸດທ້າຍ

ແຫຼ່ງຂໍ້ມູນ

ຄໍາສັບວິຊາການທີ່ໃຊ້

Student Ratings & Reviews

5.0
Total 3 Ratings
5
3 Ratings
4
0 Rating
3
0 Rating
2
0 Rating
1
0 Rating
CS
10 months ago
it very good and helpful for my work at present time and future
This good course
AK
11 months ago
Very good tools indeed
Skip to content