Home-lo

ພວກເຮົາມາຮຽນຮູ້ ກ່ຽວກັບວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ມີສ່ວນຮ່ວມຂອງຄົນພິການນຳກັນ, ເພື່ອລຶບລ້າງສິ່ງກີດຂວາງ ແລະ ສ້າງສະຖານທີ່ ທີ່ດີ ແລະ ປອດໄພສຳລັບທຸກກຄົນ!

ກ່ຽວກັບຫລັກສູດ

ຫຼັກສູດການຮຽນທາງອອນໄລນ໌ນີ້ ເວົ້າເຖິງການກວມລວມເອົາທັດສະນະກ່ຽວກັບຄວາມພິການເຂົ້າໄປໃນທຸກຂັ້ນຕອນຂອງການຫຼຸດຜ່ອນຄວາມສ່ຽງໄພພິບັດ ເຊັ່ນ: ການປ້ອງກັນ; ການກຽມຄວາມພ້ອມ, ການຕອບໂຕ້ ແລະ ການຟື້ນຟູຈາກຜົນກະທົບຈາກໄພພິບັດ.
ພວກເຮົາຮຽກສິ່ງນີ້ວ່າ: ການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ (DiDRR).

ຫຼັກສູດນີ້ຖືກອອກແບບມາສໍາລັບຜູ້ວາງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ພະນັກງານວິຊາການທີ່ເປັນຜູ້ຊ່ຽວຊານໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ຜູ້ສ້າງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ພະນັກງານວິຊາການທີ່ເປັນຜູ້ຊ່ຽວຊານ ແມ່ນຕົວແທນການປ່ຽນແປງທີ່ສໍາຄັນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ. ຜູ້ສ້າງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂັ້ນສູນກາງສາມາດສ້າງກົດຫມາຍ, ນະໂຍບາຍ ແລະ ລະບົບການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ມີວິໄສທັດ. ຜູ້ສ້າງນະໂຍບາຍກ່ຽວກັບຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂັ້ນທ້ອງຖິ່ນສາມາດຜັນຂະຫຍາຍວິໄສທັດດັ່ງກ່າວເຂົ້າສູ່ພາກປະຕິບັດຕົວຈິງ ໂດຍມີນະໂຍບາຍທີ່ລະອຽດ ແລະ ມີການດໍາເນີນການຈັດຕັ້ງປະຕິບັດຕົວຈິງ.

ສິ່ງທີ່ທ່ານສາມາດຮຽນຮູ້ຈາກຫຼັກສູດນີ້ ມີຫຍັງແດ່

1. ມີທັດສະນະຄວາມຄິດໃໝ່ກ່ຽວກັບຄວາມພິການ.
2. ເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ;

3. ມີຕົວຢ່າງ, ຂໍ້ມູນອ້າງອີງ ແລະ ແຫຼ່ງຂໍ້ມູນ ທີ່ເປັນປະໂຫຍດໃນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ;
4. ມີຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ມີສ່ວນຮ່ວມຂອງຄົນພິການ!